ໃນຕອນເຊົ້າຂອງວັນທີ 19 ກຸມພາ 2025 ນີ້ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ໄດ້ເຂົ້າຮ່ວມຝືກອົບຮົມການນຳໃຊ້ລາຍເຊັນເອເລັກໂຕຣນິກ ຜ່ານລະບົບກອງປະຊຸມທາງໄກ (Video conference) ຢູ່ທີ່ຫ້ອງປະຊຸມພະແນກ ຕສ ແຂວງ. ກອງປະຊຸມດັ່ງກ່າວຈັດຂຶ້ນໂດຍ ສູນອິນເຕີເນັດແຫ່ງຊາດ (ສອຊ) ກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ນາງ ປິ່ນຄຳ ອຸ່ນລະຄອນ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ຕສ ແຂວງ, ມີບັນດາຄະນະພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມທັງໜົດ 11 ທ່ານ, ຍິງ 04 ທ່ານ.
ຈຸດປະສົງ:ໃນການຝືກອົບຮົມໃນຄັ້ງນີ້ ເພື່ອເສີມສ້າງທັກສະ ແລະ ແລກປ່ຽນຄວາມຮູ້ຄວາມເຂົ້າໃຈກ່ຽວກັບການນຳໃຊ້ລາຍເຊັນເອເລັກໂຕຣນິກ ໃຫ້ແກ່ພະນັກງານຂັ້ນພະແນກ ຕສ 18 ແຂວງ ໃຫ້ຮູ້ຫຼັກການພື້ນຖານໃນການນຳໃຊ້, ຂັ້ນຕອນການຕິດຕັ້ງ, ຂອບເຂດຂອງການນຳໃຊ້ລາຍເຊັນເອເລັກໂຕຣິກແບບ softkey ໃຫ້ສາມາດໝູນໃຊ້ເຂົ້າໃນວຽກງານ ແລະ ນຳໄປໃຊ້ເຊັນເອກະສານໃນລະບົບຫ້ອງການທັນສະໄໜ (e-office) ໂດຍວິທະຍາກອນຈາກ ສູນອິນເຕີເນັດແຫ່ງຊາດ (ສອຊ) ແລະ ສູນບໍລິຫານລັດດິຈີຕອນ, ນັກສຳມະນາກອນ ຈາກ ພະແນກ ຕສ ແຂວງ 18 ແຂວງ ໄດ້ຮຽນຮູ້ພາບລວມກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ໃບຮັບຮອງລາຍເຊັນເອເລັກໂຕຣນິກ, ຮູບແບບການນຳໃຊ້ລາຍເຊັນເອເລັກໂຕຣນິກໃນປະຈຸບັນ, ວິທີການນຳໃຊ້ໃບຮັບຮອງລາຍເຊັນເອເລັກໂຕຣນິກເຂົ້າໃນລະບົບທັນສະໄໝຕ່າງໆ, ແນະນຳວິທີການຕິດຕັ້ງ ແລະ ຕັ້ງຄ່າໂປຣແກຣມທີ່ຈຳເປັນໃນການນຳໃຊ້ລາຍເຊັນເອເລັກໂຕຣນິກ, ວິທີການລົງລາຍເຊັນເອເລັກໂຕຣນິກຂັ້ນພື້ນຖານທົົ່ວໄປ, ວິທີການກວດ ສອບລາຍເຊັນເອເລັກໂຕຣນິກທີ່ຖືກຕ້ອງໃນຮູບແບບເອກະສານ PDF ຜ່ານໂປຣແກຣມ Adobe Acrobat Reader ແລະ ວິທີການນຳໃຊ້ລະບົບຫ້ອງການທັນສະໄໜ (e-office) ໃນຂັ້ນ ຂາເຂົ້າ-ຂາອອກ, ຂັ້ນພະແນກ ແລະ ຂັ້ນວິຊາການ.
ສູນຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ (Lao NRCA) ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2018 ແລະ ຄຸ້ມຄອງໂດຍສູນອິນເຕີເນັດແຫ່ງຊາດ, ພາຍໃຕ້ກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ນິຕິກຳທີ່ກ່ຽວຂ້ອງກັບລາຍເຊັນເອເລັກໂຕຣນິກ ປະກອບມີ ກົດໝາຍວ່າດ້ວຍ ລາຍເຊັນເອເລັກໂຕຣນິກ ສະບັບເລກທີ 59/ສພຊ, ລົງວັນທີ 12 ທັນວາ 2018, ກົດໝາຍວ່າດ້ວຍ ທຸລະກຳທາງເອເລັກໂຕຣນິກ (ສະບັບປັບປຸງ) ສະບັບເລກທີ 31/ສພຊ, ລົງວັນທີ 29 ທັນວາ 2022, ຂໍ້ຕົກລົງ ວ່າດ້ວຍ ການດໍາເນີນກິດຈະການລາຍເຊັນເອເລັກໂຕຣນິກ ສະບັບເລກທີ 1101/ປທສ, ລົງວັນທີ 29 ພຶດສະພາ 2020, ຂໍ້ຕົກລົງວ່າດ້ວຍ ການນໍາໃຊ້ລາຍເຊັນເອເລັກໂຕຣນິກ ສະບັບເລກ ທີ 664/ກຕສ, ລົງວັນທີ 28 ກັນຍາ 2021. ພິທີຈັດຝຶກອົບຮົມດັ່ງກ່າວ ຈະໄດ້ດຳເນີນໄປຮອດວັນທີ 20 ກຸມພາ 2025 ຈຶ່ງສຳເລັດ.