Banner

ກອງປະຊຸມເຜີຍແຜ່ມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ (01 ກຸມພາ 1956 - 01 ກຸມພາ 2025)

     ໜ່ວຍກຳມະບານຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ໄດ້ສົມທົບກັບໜ່ວຍກຳມະບານຮາກຖານ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ໜ່ວຍກຳມະບານຮາກຖານບໍລິສັດ ອີທີແອລ ຈຳກັດ ຈັດກອງປະຊຸມເຜີຍແຜ່ມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ (01 ກຸມພາ 1956 - 01 ກຸມພາ 2025). ໃນຕອນເຊົ້າ ເວລາ 8:00 ໂມງ ຂອງວັນທີ່ 07 ກຸມພາ 2025 ໃຊ້ເວລາ 01 ຕອນ ຢູ່ທີ່ຫ້ອງປະຊຸມຂອງພະແນກ ເຕັກໂນໂລຊີ ແລະ ການສື່ສານ ພາຍໃຕ້ການເປັນປະທານໂດຍ ສະຫາຍ ນາງ ປິ່ນຄຳ ອຸ່ນລະຄອນ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ, ມີຄະນະພະແນກ, ຄະນະບໍລິສັດ, ປະທານ, ຄະນະປະທານກຳມະບານຮາກຖານ, ບັນດາສະຫາຍສະມາຊິກກຳມະບານຮາກຖານ 03 ໜ່ວຍ ເຂົ້າຮ່ວມ ທັງໝົດ 22 ສະຫາຍ, ຍິງ 10 ສະຫາຍ
    ກອງປະຊຸມ ໄດ້ຮັບທັງການເຜີຍແຜ່ມູນເຊື້ອວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 69 ປີ (01 ກຸມພາ 1956 - 01 ກຸມພາ 2025) ໂດຍທ່ານ ນາງ ປິ່ນຄຳ ອຸ່ນລະຄອນ ເລຂາໜ່ວຍພັກຮາກຖານ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແລະ ໄດ້ຮັບຟັງການເຜີຍແຜ່ເອກະສານສຳຄັນຂອງແຂວງຈຳນວນໜື່ງ ຄື: ຄຳສັ່ງເຈົ້າແຂວງ ສະບັບເລກທິ111/ອຊ, ລົງວັນທີ 27 ມັງກອນ 2025 ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນພັດທະນາແຫ່ງລັດປະຈຳປີ 2025, ແຈ້ງການແນະນຳຂອງ ປກສ ແຂວງສະບັບເລກທີ 125/ປກສ.ອຊ, ລົງວັນທີ 13ມັງກອນ 2025 ວ່າດ້ວຍ ການເພີ່ມທະວີເອົາໃຈໃສ່ຕໍ່ວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພໃນລະດູແລງ ປະຈຳປີ 2025 ແລະ ຄຳແນະນຳ ວ່າດ້ວຍການຂື້ນທະບຽນເລກໝາຍໂທລະສັບ ຢູ່ແຂວງອຸດົມໄຊ ສະບັບເລກທີ 1618/ອຊ, ລົງວັນທີ 06 ພະຈິກ 2024. ເພື່ອເຊື່ອມຊືມໃຫ້ແກ່ພະນັກງານ, ສະມາຊິກກຳມະການ ໄດ້ເຂົ້າໃຈເລິກເຊິ່ງ ແລະ ນຳໄປຈັດຕັ້ງຜັນຂະຫຍາຍ, ຈັດຕັ້ງປະຕິບັດ ເຂົ້າໃນວຽກງານຂອງຕົນຢ່າງຖືກຕ້ອງ ແລະ ມິີປະສິທິຜົນສູງ.
    ພ້ອມນັ້ນ ປະຕິບັດຕາມແຈ້ງການ ຂອງສະຫະພັນກຳມະບານແຂວງ ສະບັບເລກທີ 094/ສກຂ.ອຊ, ລົງວັນທີ 29 ມັງກອນ 2025. ໜ່ວຍກຳມະບານຮາກຖານ ພະແນກ ເຕັກໂນໂລຊີ ແລະ ສື່ສານແຂວງ ກໍໄດ້ສ້າງຂະບວນການອອກແຮງງານອານາໄມຄວາມສະອາດ, ປະດັບປະດາພາຍໃນຫ້ອງການ ສຳນັກງານພະແນກ ຈຳນວນ 02 ຄັ້ງ ມີຜູ້ເຂົ້າຮ່ວມ 28 ເທື່ອສະຫາຍ, ຍິ່ງ 7ສະຫາຍ,  ຕິດປ້າຍຄຳຂວັນມູນເຊື້ອກຳມະບານລາວ ໃນສື່ອອນລາຍ ຜ່ານເວັບໄຊພະແນກ ແລະ ໄດ້ເຂົ້າຮ່ວມຂະບວນການອອກແຮງງານລວມຂອງກຳມະບານແຂວງ  01 ຄັ້ງ, ມີຜູ້ເຂົ້າຮ່ວມ 05 ສະຫາຍ,ຍິງ 3 ສະຫາຍ.

ແກ່ນຈັນ 1 ປີຜ່ານມາ

ແຈ້ງການເຫດສຸກເສີນ

ກະລຸນາແຈ້ງໃຫ້ພວກເຮົາຊາບ

ວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ

...

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ

...

ຕິດຕາມພວກເຮົາທາງເຟສບຸກ