ສຳເລັດກອງປະຊຸມໃຫຍ່ຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ II
ກອງປະຊຸມໃຫຍ່ຂອງຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 18 ມີນາ 2025 ຢູ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານ ໂດຍການເປັນປະທານຂອງ ສະຫາຍ ນ ປິ່ນຄຳ ອຸ່ນລະຄອນ ເລຂາຄະນະພັກຮາກຖານພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ, ໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ອ່ອນແກ້ວ ອຸ່ນອາລົມ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ, ມີຄະນະຮັບຜິດຊອບ ຂັ້ນແຂວງ, ແຂກເຊີນ ແລະ ຜູ້ແທນກອງປະຊຸມ ເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຮອງເອົາບັນຫາທີ່ສໍາຄັນ ຫຼາຍບັນຫາເປັນຕົ້ນແມ່ນ ໄດ້ຕີລາຄາຜົນການ ນໍາພາ - ຊີ້ນໍາ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ I ແລະ ແຜນພັດພັດທະນາຂະແໜງການໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ແຕ່ປີ 2025 - 2029; ສໍາຫຼວດການນໍາພາລວມ ຂອງຄະນະຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ສະໄໝທີ I ທີ່ຜ່ານມາ, ຮັບຮອງເອົາຜົນການຕີລາຄາການນໍາພາ-ຊີ້ນໍາ ຂອງຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ແລະ ການຈັດຕັ້ງປະຕິບັດແຜນພັດທະນາວຽກງານ ເຕັກໂນໂລຊີ ແລະ ການສື່ສານ ໃນໄລຍະ 5 ປີຜ່ານມາ ເຊິ່ງກອງປະຊຸມໄດ້ ຢັ້ງຢຶນດ້ານດີ-ຜົນງານຕະຫຼອດໄລຍະການນຳພາ-ຊີ້ນຳ, ຕີລາຄາດ້ານອ່ອນ-ຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າອັນພົ້ນເດັ່ນ: ແມ່ນສາມາດຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດາມະຕິ,ຄຳສັ່ງ ແລະ ນິຕິກຳຂອງຂັ້ນເທິງ ຕິດພັນກັບ ການຜັນຂະຫຍາຍມະຕິກອງປະຊຸມ ຄັ້ງທີ I ຂອງຄະນະພັກຮາກຖານພັກຂອງຕົນເຂົ້າສູ່ວຽກງານຕົວຈິງ ມີຜົນສຳເລັດຕາມລະດັບຄາດໝາຍ ເປັນຕົ້ນແມ່ນ ສືບຕໍ່ຮັກສາໄດ້ຄວາມສະຫງົບທາງດ້ານການເມືອງແນວຄິດ; ລະບົບກົງຈັກຂອງໜ່ວຍພັກໄດ້ຮັບັການປັບປຸງ ມີຄວາມເຂັ້ມແຂງຂຶ້ນ; ການພັດທະນາວຽກງານ ເຕັກໂນໂລຊີ ແລະ ການສື່ສານ ເຂັ້ມແຂງຂຶ້ນຢ່າງຕໍ່ເນື່ອງ ເປັນຕົ້ນ ຂະຫຍາຍຕາງໜ່າງການບໍລິການດ້ານໂທລະຄົມມະນາຄົມ ບັນລຸໄດ້ຕາມແຜນ, ສົ່ງເສີມການນຳໃຊ້ດີຈີຕອນ ເຂົ້າໃນການບໍລິຫານ-ບໍລິການລັດ ໄດ້ກວ້າງຂວາງ, ການບໍລິການດ້ານໄປສະນີ ຂະຫຍາຍຕົວຢ່າງວ່ອງໄວ; ອົງການຈັດຕັ້ງມະຫາຊົນໄດ້ຕັ້ງໜ້າເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນ ມີຜົນສໍາເລັດຕາມດັບຄາດໝາຍ. ຄຽງຄູ່ກັນນີ້ກອງປະຊຸມຍັງໄດ້ຕີລາຄາໃຫ້ເຫັນບັນຫາ ດ້ານອ່ອນ ແລະ ຂໍ້ຄົງຄ້າງຈຳນວນໜຶ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ. ຈາກນັ້ນ, ກອງປະຊຸມໄດ້ເລືອກຕັ້ງເອົາຄະນະພັກຮາກຖານຊຸດໃໝ່. ເຊິ່ງເລືອກເອົາ ສະຫາຍ ນ ປິ່ນຄຳ ອຸ່ນລະຄອນ ເປັນເລຂາຄະນະພັກຮາກຖານ, ສະຫາຍ ຕູ້ຍລີ ຕົວຢົງຈີ ເປັນຮອງເລຂາຄະນະພັກຮາກຖານ, ສະຫາຍ ອານົງສັກ ສັນຕິສຸກ, ສະຫາຍ ວົງແກ້ວ ກິ່ງສັກດາ ແລະ ສະຫາຍ ອຸດົມ ສາລີກາ ເປັນກຳມະການຄະນະພັກຮາກຖານ. ເລືອກເອົາ ສະຫາຍ ຕູ້ຍລີ ຕົວຢົງຈີ ປະທານກວດກາພັກ; ສະຫາຍ ວົງແກ້ວ ກິ່ງສັກດາ ເປັນຮອງປະທານກວດກາພັກ, ສະຫາຍ ເຊັງລີ ເຊຍເຢ່ ເປັນກຳມະການກວດກາພັກ ແລະ ຮັບຮອງເອົາຜູ້ແທນສົມບູນ ຈຳນວນ 4 ສະຫາຍ ແລະ ສຳຮອງ ຈຳນວນ 1 ສະຫາຍ ເພື່ອໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ X ຕື່ມອີກ.
ຕອນທ້າຍກອງປະຊຸມໄດ້ຮັບຟັງການໂອ້ລົມຂອງສະຫາຍ ອ່ອນແກ້ວ ອຸ່ນອາລົມ ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ ເຊິ່ງສະຫາຍໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ແລະ ເນັ້ນໜັກ ໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ສະມາຊິກພັກ - ພະນັກງານ ຢ່າງເປັນປົກກະຕິຕໍ່ເນື່ອງ, ເຮັດດ້ວຍຫຼາຍວິທີການທີ່ແທດເໝາະ ຮັບປະກັນໃຫ້ ພະນັກງານ, ສະມາຊິກພັກ ກຳໃຫ້ໄດ້ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຕັ້ງໜ້າຝຶກຝົນຫລໍ່ຫຼອມຕົນເອງໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ຍົກສູງ ນ້ຳໃຈຮັກຊາດ, ມີທັດສະນະຮັບໃຊ້ປະຊາຊົນທີ່ຖືກຕ້ອງ; ຮໍ່າຮຽນເອົາຄວາມຮູ້ທາງດ້ານທິດສະດີການເມືອງ ແລະ ຄວາມຮູ້ທາງດ້ານວິຊາການ, ເສີມຂະຫຍາຍທັດສະນະກ້າຄິດ, ກ້າເຮັດ ແລະ ກ້າຮັບຜິດຊອບ ແລະ ຕັ້ງໜ້າປະຕິໜ້າທີ່ການເມືອງດ້ວຍຄວາມຮັບຜິດຊອບສູງ ແລະ ວຽກງານອື່ນໃຫ້ສຳເລັດຕາມການມອບຂອງຂັ້ນເທິງ.
ແກ່ນຈັນ
1 ປີຜ່ານມາ
ເນື້ອຫາທີ່ກ່ຽວຂ້ອງ:
ແຈ້ງການເຫດສຸກເສີນ
ກະລຸນາແຈ້ງໃຫ້ພວກເຮົາຊາບ
ແຈ້ງການ
ໃໝ່
ແຈ້ງການ ເພີ່ມທະວີມີສະຕິລະວັງຕົວ ຕໍ່ການຕົວະຍົວະຫຼອກລວງ ຜ່ານທາງໂທລະຄົມມະນາຄົມ ແລະ ອິນ ເຕີເນັດ
29/08/2025 - 7 ເດືອນຜ່ານມາ