ຕອນເຊົ້ນຂອງວັນທີ 16 ພຶດສະພາ 2025 ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່, ເຊື່ອມຊຶມຜົນສໍາເລັດວຽກງານກວດກາ ທົ່ວແຂວງ ປະຈໍາປີ 2024 ແລະ ເອກະສານສໍາຄັນຂອງພັກ, ຂອງຊາດຈຳນວນໜື່ງ ທີ່ຫ້ອງປະຊຸມຂອງພະແນກດັ່ງກ່າວ ໂດຍການເປັນປະທານ ຂອງສະຫາຍ ນາງ ປິ່ນຄໍາ ອຸ່ນລະຄອນ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ, ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ, ສະມະຊິກພັກ, ພະນັກງານຫຼັກແຫຼ່ງພະແນກ ເຕັກໂນໂລຊີ ແລະ ການສື່ສານ ແລະ ບັນດາບໍລິສັດດ້ານໄປສະນີ ແລະ ໂທລະຄົມມະນາຄົມ ພາຍໃນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບວຽກງານກວດກາ ປະຈໍາປີ 2024 ແລະ ແຜນການ ປະຈໍາປີ 2025,ບົດບັນທຶກການປະສານງານລະຫວ່າງອົງການກວດກາລັດປະຈໍາແຂວງ ແລະ ອົງການກວດສອບພາກເໜືອ2; ມະຕິກອງປະຊຸມສະໄໜສາມັນ ຄົບຄະນະບໍລິຫານງານພັກແຂວງອຸດົມໄຊສະໄໜທີ IX ໄຕມາດ I ປີ 2025; ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງການຈັດງານປະເພນີຕ່າງໆ ຢູ່ແຂວງອຸດົມໄຊ ແລະ ພ້ອມນັ້ນໄດ້ຮັບຟັງການເຜີຍແຜ່ປະຖະກະຖາ 3 ວັນປະຫັວດສາດ ຄື: ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ, ວິລະກໍາໂຕນຄຸກຢ່າງມາຫັດສະຈັນຂອງບັນດາທ່ານຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ ແລະ ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ, ເສຍສະຫຼະຊິວິດເພື່ອປະເທດຊາດ ຄົບຮອບ 79 ປີ ໂດຍສະຫາຍ ນາງ ປິ່ນຄໍາ ອຸ່ນລະຄອນ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ຊຶ່ງທ່ານຍັງໄດ້ໜັກໃຫ້ສະມະຊິພັກ,ພະນັກງານຫຼັກແຫຼ່ງໄດ້ຮັບຮູ້ເຂົ້າໃຈຄວາມໝາຍ, ຄວາມສຳຄັນຂອງ 3 ວັນປະຫວັດສາດດັ່ງກ້າວນີ້ ເພື່ອເສີມຂະຫຍາຍມູນເຊື້ອນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ເປັນເຈົ້າການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງເປັນການປຸກລະດົມຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫ່ຍ ຄັ້ງທີ IX ຂອງອົງຄະນະພັກແຂວງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໃນທ້າຍສະໄໜ.
ຂ່າວ: ນາງ ນ້ອຍມະນີ ພູມປັນຍາ