Banner

ຝຶກອົບຮົມ ສົ່ງເສີມທັກສະທາງດ້ານວິຊາການ ເພື່ອສ້າງຄວາມເຂັ້ມແຂງໃນການຫັນເປັນດີຈິຕອນ ໃຫ້ພະນັກງານພະແນກ ເຕັກໂນໂລຊີ ແລະ ການສື່ສານ (ຕສ) 07 ແຂວງພາກເໜືອ

ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດຝຶກອົບຮົມ ສົ່ງເສີມທັກສະທາງດ້ານວິຊາການ ເພື່ອສ້າງຄວາມເຂັ້ມແຂງໃນການຫັນເປັນດີຈິຕອນ ໃຫ້ພະນັກງານພະແນກ ເຕັກໂນໂລຊີ ແລະ ການສື່ສານ (ຕສ) 07 ແຂວງພາກເໜືອ ໃນວັນທີ 28 ພຶດສະພາ 2025 ທີ່ແຂວງອຸດົມໄຊ ໂດຍການເປັນປະທານຂອງທ່ານ ນາງ ເກສອນ ສຸລິວົງ ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ທ່ານ ນາງ ປິ່ນຄໍາ ອຸ່ນລະຄອນ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ພ້ອມດ້ວຍບັນດາວິຊາການ ພະແນກເຕັກໂນໂລຊີ ແລະ ການສື່ສານ ຂອງແຂວງບໍ່ແກ້ວ, ຜົ້ງສາລີ, ຫົວພັນ, ຫລວງນໍ້າທາ, ຫລວງພະບາງ, ໄຊຍະບູລີ ແລະ ອຸດົມໄຊ ເຂົ້າຮ່ວມ.

ປັດຈຸບັນ, ການຫັນເປັນດີຈິຕອນ ກໍາລັງເປັນຂະບວນການກວ້າງຂວາງ ແລະ ຂະຫຍາຍຕົວຢ່າງແຂງແຮງ ໃນທົ່ວໂລກ, ບັນດາປະເທດຕ່າງໆລ້ວນແຕ່ໄດ້ຖືເອົາວຽກງານ ຫັນເປັນດີຈິຕອນເປັນພື້ນຖານສຳຄັນຂອງການພັດທະນາ ໂດຍກຳນົດຍຸດທະສາດ ໃນການຫັນເປັນດີຈິຕອນ ເປັນແຜນບຸລິມະສິດ ເພື່ອນຳເອົາເຕັກໂນໂລຊີດີຈິຕອນ ເຂົ້າແກ້ໄຂບັນຫາ, ຂໍ້ຄົງຄ້າງ ແລະ ສ້າງກາລະໂອກາດໃໝ່ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຕົນ.

ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້, ກໍເພື່ອເສີມຂະຫຍາຍຜົນສຳເລັດ ຂອງການຫັນເປັນດີຈິຕອນ ໃນເບື້ອງຕົ້ນ ໃຫ້ສາມາດເຕີບໃຫຍ່ຂະຫຍາຍຕົວ ຢ່າງໜັກແໜ້ນ ໃນຂອບເຂດທົ່ວປະເທດ ໂດຍສະເພາະການພັດທະນາ ແລະ ນຳໃຊ້ ເຕັກໂນໂລຊີດີຈິຕອນ ຢູ່ສູນກາງ ຈົນຮອດທ້ອງຖິ່ນ ໃຫ້ສາມາດຕອບສະໜອງຄວາມຕ້ອງການຂອງສັງຄົມ ແລະ ປະຊາຊົນ ໄດ້ຢ່າງສະດວກວ່ອງໄວ, ຖືກຕ້ອງ ແລະ ໂປ່ງໃສ. ພວກເຮົາຈະຕ້ອງຕັດສິນໃຈຫັນປ່ຽນຈິນຕະນາການ ແລະ ແບບແຜນວິທີເຮັດວຽກແບບທັນສະໄໝ ແນໃສ່ຊຸກຍູ້ໃຫ້ເສດຖະກິດມີທ່າອ່ຽງພັດທະນາຂຶ້ນໂດຍໄວ ແລະ ກ້າວໄປເຖິງການນຳໃຊ້ເຕັກໂນໂລຊີ ດີຈິຕອນໃນການຜະລິດ ແລະ ການບໍລິການ ເພື່ອສ້າງພື້ນຖານເສດຖະກິດໃຫ້ໝັ້ນຄົງ. ສະນັ້ນ, ເພື່ອເນັ້ນໜັກເຖິງຄວາມສຳຄັນ ແລະ ຊຸກຍູ້ສົ່ງເສີມທັກສະ ທາງດ້ານຫັນເປັນທັນສະໄໝ ໃນການຄຸ້ມຄອງລັດ, ເສດຖະກິດ ແລະ ສັງຄົມໃຫ້ເປັນດີຈິຕອນ.

ໃນການຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອນຳສະເໜີໃຫ້ເຫັນ ສະພາບການຫັນເປັນດີຈິຕອນ ຢູ່ໃນ ສປປ ລາວ, ພາກພື້ນ ແລະ ສາກົນໃນປັດຈຸບັນ, ການສ້າງນະວັດຕະກຳ ແລະ ຄວາມຄິດສ້າງສັນໃນຍຸກດີຈິຕອນ, ການນຳເຕັກໂນໂລຊີດີຈິຕອນມາໃຊ້ ໃນການແກ້ໄຂບັນຫາໃນທ້ອງຖິ່ນ ແລະ ຍັງມີທັກສະດ້ານເປັນຜູ້ນຳທາງດ້ານດີຈິຕອນ ສຳລັບຜູ້ນຳ ແລະ ຜູ້ບໍລິຫານ. ພ້ອມກັນນັ້ນ, ກໍຍັງມີການແລກປ່ຽນບົດຮຽນ ປະສົບການຫັນເປັນດີຈິຕອນຢູ່ 07 ແຂວງພາກເໜືອ ໃນປັດຈຸບັນຕື່ມອີກ.

ແກ່ນຈັນ 10 ເດືອນຜ່ານມາ

ແຈ້ງການເຫດສຸກເສີນ

ກະລຸນາແຈ້ງໃຫ້ພວກເຮົາຊາບ

ວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ

...

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ

...

ຕິດຕາມພວກເຮົາທາງເຟສບຸກ