Banner

ກອງປະຊຸມສະຫຼຸບການນໍາພາ-ຊີ້ນໍາຂອງຄະນະພັກຮາກຖານພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ປະຈໍາ 06 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ 06 ເດືອນ ທ້າຍປີ 2025 ຕິດພັນການເຊຶ່ອມຊຶ່ມເອກະສານສໍາຄັນຕ່າງໆຂອງພັກ

ຕອນເຊົ້າຂອງວັນທີ 05 ມີຖຸນາ 2025 ຢູ່ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບການນໍາພາ-ຊີ້ນໍາຂອງຄະນະພັກຮາກຖານພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ປະຈໍາ 06 ເດືອນຕົ້ນປີ 2025 ແລະ ແຜນ 06 ເດືອນ ທ້າຍປີ 2025 ຕິດພັນການເຊຶ່ອມຊຶ່ມເອກະສານສໍາຄັນຕ່າງໆຂອງພັກ ໂດຍການເປັນກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ນາງ ປິ່ນຄໍາ ອຸ່ນລະຄອນ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ, ສະມະຊິກພັກ, ພະນັກງານ-ລັດຖະກອນ ແລະ ພະນັກງານບໍລິສັດ ດ້ານໄປສະນີ ແລະ ໂທລະຄົມມະນາຄົມ ພາຍໃນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ ໄດ້ສະຫຼຸບການນຳພາ-ຊີ້ນໍາ ຂອງຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ປະຈໍາ 06 ເດືອນຕົ້ນປີ 2025 ແລະ ທິດທາງແຜນການ ປະຈໍາ 06 ເດືອນທ້າຍປີ 2025. ຊຶ່ງສະແດງອອກຄື: ຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ສຸມໃສ່ນໍາພາ-ຊີ້ນໍາ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ່ XI ຂອງພັກປະຊາຊົນປະຕິວັດລາວ, ມະຕິກອງປະຊຸມໃຫຍ່ ອົງຄະນະພັກແຂວງ ຄັ້ງທີ IX, ມະຕິ ກອງປະຊຸມໃຫ່ຍ ຂອງຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ II, ແຜນພັດທະນາວຽກງານເຕັກໂນໂລຊີ ແລະ ການສື່ສານ 5 ປີ (2021 - 2025) ຕິດພັນກັບສອງວາລະແຫ່ງຊາດ ແລະ ບັນຫາເຄັ່ງຮ້ອນຂອງລັດຖະບານ ເຖິ່ງແມ່ນວ່າໃນສະພາບແວດລ້ອມ ທີ່ມີຄວາມຫຍຸ້ງຍາກສັບສົນ, ປະເຊີນໜ້າກັບບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ເຊິ່ງໄດ້ສົ່ງຜົນກະທົບໂດຍກົງ ຕໍ່ການດໍາລົງຊີວິດຂອງສະມາຊິກພັກ, ພະນັກງານ ຕະຫຼອດຮອດ ປະຊາຊົນບັນດາເຜົ່າ ແລະ ເປັນສິ່ງທ້າທາຍຕໍ່ການນໍາພາ-ຊີ້ນໍາ ຂອງຄະນະພັກຮາກຖານພະແນກ. ແຕ່ດ້ວຍມູນເຊື້ອອັນດີງາມ, ຄວາມຮັບຜິດຊອບສູງທາງການເມືອງ ຈຶ່ງເຮັດໃຫ້ການຈັດຕັ້ງຜັນຂະຫຍາຍຢ່າງຕັ້ງໜ້າ ແລະ ຍາດໄດ້ຜົນສຳເລັດເປັນກ້າວໆ ເປັນຕົ້ນ ດ້ານແນວຄິດ ໂດຍພື້ນຖານແລ້ວ ຄະນະພັກ, ສະມາຊິກພັກ, ພະນັກງານ - ລັດຖະກອນ ມີແນວຄິດຫຼັກໝັ້ນ, ຮູ້ຈໍາແນກໄດ້ມິດ - ສັດຕູຢ່າງຈະແຈ້ງ, ບໍ່ມີແນວຄິດຄອນແຄນ, ບໍ່ຫວັ່ນໄຫວຕໍ່ສະພາບການຜັນແປຕ່າງໆ ທີ່ເກີດຂື້ນ ແລະ ມີຄວາມເດັດດ່ຽວຕອບຕ້ານກົນອຸບາຍມ້າງເພທຳລາຍຂອງສັດຕູ ແລະ ກຸ່ມຄົນທີ່ບໍ່ຫວັງດີ; ເປັນເຈົ້າການປົກປ້ອງແນວທາງ, ອຸດົມການຂອງພັກ, ແນວຄິດໄກສອນ ພົມວິຫານ; ຕ້ານປະກົດການຫຍໍ້ທໍ້ຕ່າງໆ ບໍ່ໃຫ້ເກີດຂື້ນຢູ່ພາຍໃນຄະນະພັກຮາກຖານ, ຕ້ານແນວຄິດສວຍໂອກາດ, ສວຍໃຊ້ໜ້າທີ່ຕຳແໜ່ງ, ພະຍາດອາດຍາສິດສໍ້ລາດບັງຫຼວງ, ຫຼິ້ນກິນຟູມເຟືອຍ ແລະ ອື່ນໆ, ວຽກງານວິຊາສະເພາະກໍໄດ້ສູມໃສ່ຊຸກຍູ້ສົ່ງເສີມການການຫັນເປັນດີຈີຕອນ, ຊຸກຍູ້ຂະແໜງວິຊາການຂຸດຄົ້ນລາຍຮັບວິຊາການ ປະກອບສ່ວນສ້າງລາຍຮັບເຂົ້າງົບປະມານຂອງແຂວງ ໃນ 6 ເດືອນຕົ້ນປີ 2025 ສາມາດຂຸດຄົ້ນລາຍຮັບວິຊາການ ໄດ້ 60 ກວ່າລ້ານກີບ, ປະຕິບັດໄດ້ 70% ຂອງແຜນການ.

ກອງປະຊມຸ ຍັງໄດ້ເຜີຍແຜ່ເອກະສານສຳຄັນຂອງພັກຈຳນວນໜື່ງ ເປັນຕົ້ນແມ່ນ ມະຕິກອງປະຊຸມໃຫ່ຍຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ II, ເລກທີ 27/ຄພຖ, ລົງວັນທີ 18 ມີນາ 2025, ມະຕິຕົກລົງ ວ່າດ້ວຍ ການຮັບຮອງຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ສະໄໜທີ II, ເລກທີ 702/ຄປພຂ, ລົງວັນທີ 24 ເມສາ 2025, ມະຕິຕົກລົງ ວ່າດ້ວຍ ການແບ່ງຄວາມຮັບຜິດຊອບວຽກງານຂອງຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ສະໄໜ II, ເລກທີ 33/ຄພຖ,ລົງສັນທີ 04 ມີຖຸນາ 2025, ແຈ້ງການແນະນໍາການຈັດຕັ້ງປະຕິບັດ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ເລກທີ 28/ຄຈສພ ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ເລກທີ 723/ຄປພຂ, ລົງວັນທີ 09 ພຶດສະພາ 2025, ມະຕິຕົກລົງ ວ່າດ້ວຍ ການມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024, ເລກທີ233/ຄປພຂ, ລົງວັນທີ 12 ກຸມພາ 2025 ແລະ ມອບໃບຢັ້ງຢືນໃຫ້ແກ່ 3 ໜ່ວຍພັກທີ່ຂື້ນກັບຄະນະພັກຮາກຖານ ຄື: ໜ່ວຍພັກພະແນກ ເຕັກໂນໂລຊີ ແລະ ການສື່ສານ, ໜ່ວຍພັກບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ສາຂາແຂວງ ແລະ ໜ່ວຍພັກ ບໍລິສັດ ອິທິແອລ ຈຳກັດ ສາຂາແຂວງ. ພ້ອມນັ້ນ ກໍໄດ້ຜ່ານຂ້ໍຕົກລົງ ຂອງທ່ານເຈົ້າແຂວງ ວ່າດ້ວຍ ການແຕ່ງຕັ້ງ ຫົວໜ້າຂະແໜງຂອງພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ສະບັບເລກທີ 521/ອຊ ລົງວັນທີ 6 ພືດສະພາ 2005. ແຕ່ງຕັ້ງ ທ່ານ ພູຄຳ ມະນີວັນ ເປັນຫົວໜ້າຂະແໜງດິຈິຕອນ ແລະ ຄວາມປອດໄພໄຊເບີ.

ໃນຕອນທ້າຍ ປະທານກອງປະຊຸມຍັງໄດ້ໂອ້ລົມຕໍ່ສະມາຊິກພັກ, ຊຶ່ງສະຫາຍຍັງໄດ້ເນັ້ນໜັກຫລາຍບັນຫາທີ່ຈະຕ້ອງໄດ້ນໍາພາ-ຊີ້ນໍາ ແລະ ແກ້ໄຂໃນຕໍ່ໜ້າເປັນຕົ້ນແມ່ນຕ້ອງສຶກສາອົບຮົມວຽກງານແນວຄິດການເມືອງ-ແນວຄິດ ເປັນປົກະຕິຕໍ່ເນື່ອງ, ສຸມໃສ່ຍົກສູງສະຕິລະວັງຕົວຕໍ່ການຈັດຕັ້ງ, ແກ້ໄຂປະກົດການຫໍ້ຍທໍ້ພາຍໃນການຈັດຕັ້ງຂອງຕົນ, ຮັບຜິດຊອບໃຫ້ສູງ ແລະ ແນະນໍາໃຫ້ສະມາຊິກພັກທຸກສະຫາຍມີການປັບປຸງແບບແຜນວິທີເຮັດວຽກໃຫ້ຖືກຕ້ອງວ່ອງໄວ ແລະ ຊັດເຈນ.

ແກ່ນຈັນ 10 ເດືອນຜ່ານມາ

ແຈ້ງການເຫດສຸກເສີນ

ກະລຸນາແຈ້ງໃຫ້ພວກເຮົາຊາບ

ວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ

...

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ

...

ຕິດຕາມພວກເຮົາທາງເຟສບຸກ