Banner

ລົງເຄື່ອນໄຫວວຽກງານເກັບມ້ຽນສາຍໄຟຟ້າ ແລະ ສາຍສື່ສານ ຢູ່ພາຍໃນຕົວເມືອງໄຊ

ພະແນກ ເຕັກໂນໂລຊີ ແລະ ການສື່ສານ ສົມທົບກັບ ອົງການພັດທະນາຕົວເມືອງ, ພະແນກ ພະລັງງານ ແລະ ບໍ່ແຮ່, ບໍລິສັດໄຟຟ້າ ສາຂາແຂວງ ແລະ ບັນດາບໍລິສັດໂທລະຄົມມະນາຄົມ ສາຂາແຂວງ ໄດ້ຮ່ວມກັນຈັດຕັ້ງປະຕິບັດມະຕິຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 1511/ອຊ, ລົງວັນທີ 9 ຕຸລາ 2024 ວ່າດ້ວຍການແບ່ງຄວາມຮັບຜິດຊອບ ໃຫ້ແຕ່ລະພາກສ່ວນໃນການແກ້ໄຂຄວາມບໍ່ເປັນລະບຽບຂອງຕົວເມືອງໄຊ ແຂວງອຸດົມໄຊ ເພື່ອສ້າງຂະບວນການຂຳນັບຮັບຕ້ອນກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ສະໄໝທີ X.

ຄະນະຮັບຜີດຊອບຕິດຕັ້ງວາງສາຍໄຟຟ້າ, ສາຍສື່ສານຕ່າງໆ ທີ່ບໍ່ເປັນລະບຽບ ໄດ້ດຳເນີນການເກັບມ້ຽນສາຍໄຟຟ້າ ແລະ ສາຍສື່ສານ ຢູ່ພາຍໃນເທດສະບານເມືອງໄຊ ລວມທັງໝົດມີຈຳນວນ 11 ເສັ້ນທາງ ເທົ່າກັບ 33,6 Km ຜ່ານການຈັດຕັ້ງປະຕິບັດມາຮອດປະຈຸບັນແມ່ນ ແກ້ໄຂສຳເລັດແລ້ວ ຈຳນວນ 2 ເສັ້ນທາງ ລວມ 4,4 Km ເທົ່າກັບ 13% ຄື: ເສັ້ນທາງວົງວຽນພະແນກ ກະສິກຳ ແຂວງ ບ້ານມອນໃຕ້ ຫາສາມແຍກປ້ຳນ້ຳມັນສົມຈິດ ບ້ານໜອງແມງດາ ແລະ ເສັ້ນທາງ 2E ເລີ່ມແຕ່ແຍກອານຸສອນປະທານໄກສອນ ພົມວິຫານ ບ້ານວັງໄຮ ຫາ ບ້ານວຽງສາ ປະຈຸບັນຄະນະຮັບຜິດຊອບກຳລັງສືບຕໍ່ໃນການຈັດຕັ້ງປະຕິບັດໃຫ້ສຳເລັດກ່ອນເປີດກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ທີ່ຈະໄຂຂື້ນໄວໆນີ້.

ແກ່ນຈັນ 10 ເດືອນຜ່ານມາ

ແຈ້ງການເຫດສຸກເສີນ

ກະລຸນາແຈ້ງໃຫ້ພວກເຮົາຊາບ

ວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ

...

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ

...

ຕິດຕາມພວກເຮົາທາງເຟສບຸກ