ຕອນເຊົ້ນຂອງວັນທີ 18 ມີຖຸນາ 2025 ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມເຜີຍແຜ່ບັນດາເອກະສານ ຕ່າງໆກ່ຽວກັບວຽກງານ ການປະເມີນວຽກງານແຂ່ງຂັນ-ຍ້ອງຍໍ 05 ປີ (2021-2025). ໂດຍການເປັນກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ຕຸ້ຍລີ ຕົວຢົງຈີ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີພະນັກງານ-ລັດຖະກອນ ພາຍໃນພະແນກ ແລະ ບັນດາ ບໍລິສັດ ຜູ້ປະກອບການ ດ້ານໄປສະນີ ແລະ ໂທລະຄົມມະນາຄົມ ສາຂາແຂວງ ກໍ່ເປັນກຽດເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການເຜີຍແຜ່ ຄຳແນະນຳ ການຈັດຕັ້ງປະຕິບັດການແຂ່ງຂັນ ເລກທີ 03/ພນ, ລົງວັນທີ 27 ທັນວາ 2024, ຄຳແນະນຳ ກ່ຽວກັບການຍ້ອງຍໍ ເລກທີ 04/ພນ, ລົງວັນທີ 27 ທັນວາ 2024, ຮ່າງ ໃບເກັບກ່ຽວຜົນງານ ຂອງບຸກຄົນ, ກົມກອງລວມໝູ່ ແລະ ຮ່າງບົດສະຫຼຸບ ການຈັດຕັ້ງປະຕິບັດ ຂະບວນການຮັກຊາດ ແລະ ພັດທະນາ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ 2025 (2026-2030) ພ້ອມດ້ວຍ ຄຳແນະນຳ ກ່ຽວກັບການປະເມີນວຽກງານແຂ່ງຂັນ-ຍ້ອງຍໍ 5 ປີ (2021-2025) ຂອງຄະນະຮັບຜິດຊອບແຂ່ງຂັນ-ຍ້ອງຍໍ ຂັ້ນແຂວງ. ເຊີ່ງເຮັດໃຫ້ພະນັກງານ-ລັດຖະກອນ ແລະ ບັນດາ ບໍລິສັດ ຜູ້ປະກອບການ ດ້ານໄປສະນີ ແລະ ໂທລະຄົມມະນາຄົມ ສາຂາແຂວງ ຮັບຮູ້ ແລະ ເຂົ້າໃຈ ຢ່າງເລິກເຊີ່ງຕໍ່ບັນຫາເນື້ອໃນເປົ້າໝາຍການແຂ່ງຂັນ, ຮູບການແຂ່ງຂັນ, ຄາດໝາຍການແຂ່ງຂັນ, ເນື້ອໃນການແຂ່ງຂັນ, ຂັ້ນຕອນການແຂ່ງຂັນ ໂດຍສະເພາະແມ່ນມາດຖານເງື່ອນໄຂຄັດເລືອກຜົນງານ 5 ປີ (2021-2025).
ທ່ານ ຕຸ້ຍລີ ຕົວຢົງຈີ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຍັງໄດ້ເນັ້ນໜັກບາງບັນຫາກ່ຽວກັບຈຸດປະສົງ, ຄາດໝາຍ, ບ່ອນອີງ, ເປົ້າໝາຍທີ່ຈະໄດ້ຮັບການຄັດເລືອກເພື່ອສະເໜີຍ້ອງຍໍຜົນງານ 05 ປີ (2021-2025) ພາກບຸກຄົນ, ພາກການຈັດຕັ້ງ, ລະດັບການຍ້ອງຍໍ, ມາດຖານເງືອນໄຂຄັດເລືອກຜົນງານ 05 ປີ (2021-2025) ສໍາລັບບຸກຄົນ ແລະ ມາດຖານເງືອນໄຂຄັດເລືອກຜົນງານ 05 ປີ ສໍາລັບການຈັດຕັ້ງ ແລະ ນຳເອົາເນື້ອໃນກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍ ເຜີຍແຜ່ໃຫ້ ພະນັກງານ ຢູ່ບັນດາໜ່ວຍພັກ ທີ່ຂື້ນກັບຄະນະພັກຮາກຖານ ກໍ່ຄື ບັນດາ ບໍລິສັດ ດ້ານໄປສະນີ ແລະ ໂທລະຄົມມະນາຄົມ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງ ພ້ອມກັນ ສຸມໃສ່ຂຽນໃບປະເມີນຜົນງານ ຂອງບຸກຄົນ ແລະ ກົມກອງ ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.
ຂ່າວ: ນາງ ນ້ອຍມະນີ ພູມປັນຍາ