ວັນທີ 06 ສິງຫາ 2025 ທີ່ຫ້ອງປະຊຸມຂອງ ພະແນກ ຕສ ແຂວງ ອຸດົມໄຊ ໄດ້ຈັດບັ້ນຝຶກອົບຮົມ ໃນຫົວຂໍ້: ສ້າງຄວາມເຂັ້ມແຂງດ້ານວິຊາການຄວາມປອດໄພໄຊເບີໃຫ້ພະນັກງານຂະແໜງ ຕສ 4 ແຂວງ ພາກເຫນືອ: ຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ ແລະ ແຂວງບໍ່ແກ້ວ. ໂດຍການເປັນປະທານຂອງທ່ານ ນາງ ປິ່ນຄຳ ອຸ່ນລະຄອນ ຫົວໜ້າ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ອຸດົມໄຊ, ທ່ານ ຄຳຫລ້າ ສູນນະລັດ ຫົວໜ້າກົມຄວາມປອດໄພໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີຫົວໜ້າພະແນກ, ຮອງພະແນກ ເຕັກໂນໂລຊີ ແລະ ການສື່ສານ 4 ແຂວງພາກເໜືອ,ພະແນກການອ້ອມຂ້າງແຂວງ, ພະນັກງານວິຊາການເຂົ້າຮ່ວມ.
ທ່ານ ນາງ ປິ່ນຄຳ ອຸ່ນລະຄອນ, ຫົວໜ້າ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ອຸດົມໄຊ ກ່າວວ່າ: ການຝຶກອົບຮົມດ້ານວິຊາການຄວາມປອດໄພໄຊເບີ ໃນຄັ້ງນີ້. ໃນຍຸກທີ່ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ ມີບົດບາດສໍາຄັນໃນການພັດທະນາປະເທດຊາດ, ການຮັກສາຄວາມປອດໄພທາງໄຊເບີ ແມ່ນສິ່ງຈຳເປັນທີ່ຕ້ອງໄດ້ໃຫ້ຄວາມສຳຄັນຢ່າງສູງ. ການໂຈມຕີທາງໄຊເບີ, ການລັກລອບຂໍ້ມູນ, ແລະ ການລະເມີດຄວາມປອດໄພຂອງລະບົບເຄືອຂ່າຍ ກໍາລັງກາຍເປັນສິ່ງທ້າທາຍທີ່ຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນ. ດ້ວຍເຫດນີ້, ການຝຶກອົບຮົມຄັ້ງນີ້ ຈຶ່ງມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງດ້ານວິຊາການໃຫ້ພະນັກງານຂະແໜງ ຕສ, ເພື່ອຮັບມືກັບສິ່ງທ້າທາຍດັ່ງກ່າວຢ່າງມີປະສິດທິພາບ, ເພື່ອພັດທະນາຄວາມຮູ້ ທັກສະ ແລະ ຄວາມສາມາດຂອງຜູ້ເຂົ້າຮ່ວມໃນດ້ານຄວາມປອດໄພທາງໄຊເບີ.
ໃນລະຫວ່າງການຝຶກອົບຮົມຜູ້ເຂົາຮ່ວມຈະໄດ້ຮຽນຮູ້ຫຼາຍຫົວຂໍ້ທີ່ສໍາຄັນຄື: ການຕອບໂຕ້ເຫດສຸກເສີນທາງໄຊເບີ, ການສ້າງສະແກນຊ່ອງໂຫວ່ຂອງລະບົບ, ການກວດຈັບ ແລະ ວິເຄາະຂໍ້ມູນ, ຂັ້ນຕອນການວິເຄາະສາເຫດ ແລະ ລະບຸແຫຼງການໂຈມຕີ, ການຮັກສາຄວາມປອດໄພລະບົບປະຕິບັດການ, ການພິສູດຫຼັກຖານເອເລັກໂຕຣນິກ, ການທົດສອບຄວາມປອດໄພລະບົບເຄືອຂ່າຍຄອມພິວເຕີ . ນອກຈາກນີ້, ຍັງຈະໄດ້ຮຽນຮູ້ກ່ຽວກັບ ການນໍາໃຊ້ເຄື່ອງມືຕ່າງໆ ເພື່ອຄົ້ນຫາ ແລະ ກວດສອບຄວາມປອດໄພຂອງລະບົບປະຕິບັດການ, ລະບົບເຄືອຂ່າຍ, ເຊີເວີ, ຖານຂໍ້ມູນ, ແລະ ການພິສູດຢັ້ງຢືນຂໍ້ມູນຫຼັກຖານເອເລັກໂຕຣນິກ. ການຝຶກອົບຮົມຄັ້ງນີ້ຈະຊ່ວຍຍົກລະດັບຄວາມຮູ້ ແລະ ທັກສະຂອງພະນັກງານຂະແໜງ ຕສ ແລະ ຂະແໜງການອ້ອມຂ້າງ ຂັ້ນທ້ອງຖິ່ນ, ເພື່ອໃຫ້ສາມາດປະຕິບັດໜ້າທີ່ດ້ານຄວາມປອດໄພທາງໄຊເບີໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ທັງເປັນການສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນ ເພື່ອຮັບມືກັບສິ່ງທ້າທາຍດ້ານຄວາມປອດໄພທາງໄຊເບີທີ່ມີຄວາມສັບສົນ ແລະ ພັດທະນາຢ່າງຕໍ່ເນື່ອງ ແລະ ການຝຶກອົບຮົມຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ຮັບຄວາມຮູ້ ແລະ ທັກສະທີ່ຈໍາເປັນ ເພື່ອນຳໃຊ້ໃນການປະຕິບັດວຽກງານຂອງຕົນເອງ ແລະ ສ້າງປະໂຫຍດໃຫ້ແກ່ການພັດທະນາປະເທດຊາດຢ່າງຍືນຍົງ. ບັ້ນຝຶກອົບຮົມຈະດຳເນີນເປັນເວລາ 2 ວັັນຈິງສໍາເລັດ.