ຕອນເຊົ້າຂອງວັນທີ 14 ສິງຫາ 2025 ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ໄດ້ມີກອງປະຊຸມພົບປະແລກປ່ຽນບົດຮຽນ ລະຫວ່າງ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ສປປ ລາວ ແລະ ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງເຊິນລາ ສສ ຫວຽດນາມ ຄະນະຜຸ້ແທນ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ນຳໂດຍ ສະຫາຍ ນາງ ປິ່ນຄຳ ອຸ່ນລະຄອນ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ພ້ອມຄະນະ ແລະ ຄະນະຜູ້ແທນ ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງເຊິນລາ ນຳໂດຍ ສະຫາຍ ຟາມກວັກຈິງ ຮອງຫົວໜ້າພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງເຊິນລາ ພ້ອມຄະນະ.
ພົບປະແລກປ່ຽນບົດຮຽນ ສະຫາຍ ນາງ ປິ່ນຄຳ ອຸ່ນລະຄອນ ໄດ້ກ່າວຕ້ອນຮັບ ຄະນະຜູ້ແທນ ຈາກແຂວງເຊິນລາ ຢ່າງອົບອຸ່ນ. ຈາກນັ້ນ, ສອງຝ່າຍໄດ້ລາຍງານສະພາບການຈັດຕັ້ງການເຄື່ອນໄຫວວຽກງານຂອງຕົນໃຫ້ກັນຊາບ. ພ້ອມນັ້ນ ຍັງໄດ້ມີການສົນທະນາແລກປ່ຽນບົດຮຽນໃນຫຼາຍດ້ານ ເຊັ່ນ: ວຽກງານບໍລິຫານ-ຈັດຕັ້ງ, ວຽກງານໄປສະນີ-ການສື່ສານ, ການພັດທະນາພື້ນຖານໂຄງລ່າງໂທລະຄົມມະນາຄົມສູ່ຊົນນະບົດ, ວຽກງານດິຈິຕອນ ແລະ ຄວາມປອດໄພທາງໄຊເບີ ລວມທັງ ວຽກງານເຕັກໂນໂລຊີ ແລະ ນະວັດຕະກຳ.
ການພົບປະ ເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ອຸດົມໄຊ-ເຊິນລາ ເວົ້າລວມ, ເວົ້າສະເພາະແມ່ນ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ແລະ ພະແນກ ວິທະຍາສາດ ແລະ ເຕັກໂນໂລຊີ ແຂວງເຊິນລາ ໃຫ້ໄດ້ຮັບການຍົກສູງ ແລະ ຂະຫຍາຍຕົວ.