Banner

ຝຶກອົບຮົມການນຳໃຊ້ລະບົບຮັບ-ສົ່ງເອກະສານທາງການ ຂອງແຂວງອຸດົມໄຊ ໃຫ້ພະນັກງານ-ລັດຖະກອນ ພະແນກ ຕສ ແຂວງ ແລະ ພະນັກງານຫ້ອງ່າການແຂວງ

ວັນທີ 28 ສິງຫາ 2025, ບໍລິສັດ ສອນເທັກ ອິນໂນເວຊັ່ນ ຈຳກັດຜຸ້ດຽວ ໄດ້ຝຶກອົບຮົມການນຳໃຊ້ລະບົບຮັບ-ສົ່ງເອກະສານທາງການຂອງແຂວງອຸດົມໄຊ ໃຫ້ພະນັກງານ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ແລະ ພະນັກງານຫ້ອງວ່າການແຂວງ ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານ ໃຊ້ເວລາ 1 ຕອນ, ໂດຍການເປັນປະທານຂອງ ທ່ານ ອານົງສັກ ສັນຕິສຸກ ຄະນະພັກ, ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ, ມີວິທະຍາກອນ ຈາກບໍລິສັດ ສອນເທັກ ອິນໂນເວຊັ່ນ ຈຳກັດຜຸ້ດຽວ, ມີບັນດານັກສໍາມະນາກອນຈາກ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ແລະ ຫ້ອງວ່າການແຂວງ ເຂົ້າຮ່ວມທັງໝົດ 15 ທ່ານ, ຍິງ 04 ທ່ານ.

ການຈັດຝຶກອົບຮົມໃນຄັ້ງນີ້ ເພື່ອເຮັດໃຫ້ນັກສຳມະນາກອນ ທີ່ເຂົ້າຮ່ວມການຝຶກອົບຮົມ ໄດ້ມີຄວາມຮູ້, ເຂົ້າໃຈ ແລະ ເສີມສ້າງທັກສະການນຳໃຊ້ລະບົບຮັບ-ສົ່ງເອກະສານທາງການ ຂອງແຂວງອຸດົມໄຊ ພ້ອມທັງນຳເອົາບົດຮຽນດັ່ງກ່າວໄປຈັດຕັ້ງຜັນຂະຍາຍເຂົ້າໃນປະຕິບັດເຂົ້າໃນວຽກງານຕົວຈີງໃນອົງກອນຂອງຕົນໃຫ້ມີປະສິດທິພາບ ປະສິດທິຜົນຫຼາຍຂື້ນ.

ການຈັດການຝຶກອົບຮົມການນຳໃຊ້ລະບົບຮັບ-ສົ່ງເອກະສານທາງການ ຂອງແຂວງອຸດົມໄຊ ໃຫ້ພະນັກງານ-ລັດຖະກອນ ພະແນກ ຕສ ແຂວງ ແລະ ພະນັກງານຫ້ອງວ່າການແຂວງ ໂດຍບໍລິສັດ ສອນເທັກ ອິນໂນເວຊັ່ນ ຈຳກັດຜຸ້ດຽວ ຄັ້ງນີ້ ໄດ້ນຳສະເໜີບັນດາຫົວຂໍ້ ດັ່ງນີ້:

  • ນຳສະເໜີພາບລວມຂອງລະບົບ;
  • ນຳສະເໜີຂັ້ນຕອນການນຳໃຊ້ລະບົບ ພາກທິດສະດີ;
  • ເຂົ້າທົດລອງນຳໃຊ້ ພາກປະຕິບັດຕົວຈິງ.

ຜ່ານການຝຶກອົບຮົມ ເຫັນໄດ້ວ່ານັກສຳມະນາກອນ ໄດ້ມີຄວາມເຂົ້າໃຈ ແລະ ສາມາດນຳໃຊ້ລະບົບຮັບ-ສົ່ງເອກະສານທາງການ ຂອງແຂວງອຸດົມໄຊ ໄດ້ໃນເບື້ອງຕົ້ນ ເຊັ່ນ: ການຈັດການຂໍ້ມູນລະບົບ, ການຈັດການຂໍ້ມູນຜູ້ໃຊ້, ການຈັດໝວດໝູ່ເອກະສານສານ, ການຈັດການຂໍ້ມູນການຈັດຕັ້ງ, ການບັນທືກເອກະສານຂາເຂົ້າ, ການບັນທືກເອກະສານຂາອອກ, ການສົ່ງເອກະສານ, ການຮັບເອກະສານ, ການຕິດຕາມເອກະສານ, ການຄົ້ນຫາເອກະສານ, ການຈັດການຟາຍຂໍ້ມູນ, ການແບ່ງປັນຂໍ້ມູນ, ລະບົບເຊັນເອກະສານ PDF, ການລາຍງານຂໍ້ມູນຂາເຂົ້າ-ຂາອອກ ແລະ ອື່ນໆ.

ກອງປະຊຸມຝຶກອົບຮົມໄດ້ດຳເນີນມາເປັນເວລາ 01 ຕອນ ແລະ ອັດລົງດ້ວຍຄວາມສຳເລັດຜົນ ຕາມລະດັບຄາດໝາຍ.

ແກ່ນຈັນ 7 ເດືອນຜ່ານມາ

ແຈ້ງການເຫດສຸກເສີນ

ກະລຸນາແຈ້ງໃຫ້ພວກເຮົາຊາບ

ວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ

...

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ

...

ຕິດຕາມພວກເຮົາທາງເຟສບຸກ