ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ໄດ້ເຂົ້າຮ່ວມເປັນວິທະຍາກອນໃນບັ້ນຝຶກອົບຮົມ ການນຳໃຊ້ລະບົບເວັບໄຊທາງການອຂອງພະແນກການຕ່າງປະເທດ (dofa-odx.gov.la) ແລະ ຈັດເກັບເອກະສານ ເອເລັກໂຕຣນິກໃຫ້ພະນັກງານ-ລັດຖະກອນ ພະແນກ ການຕ່າງປະເທດ ແຂວງອຸດົມໄຊ ທີ່ຫ້ອງປະຊຸມການຕ່າງປະເທດ ໃຊ້ເວລາ 1 ວັນ, ມີນັກສໍາມະນາກອນຈາກ ພະແນກ ການຕ່າງປະເທດ ເຂົ້າຮ່ວມທັງໝົດ 10 ທ່ານ, ຍິງ 03 ທ່ານ.
ການຈັດສຳມະນາໃນຄັ້ງນີ້ ເພື່ອເຮັດໃຫ້ນັກສຳມະນາກອນ ທີ່ເຂົ້າຮ່ວມການຝຶກອົບຮົມ ໄດ້ມີຄວາມຮູ້, ເຂົ້າໃຈ ແລະ ເສີມສ້າງທັກສະການນຳໃຊ້ລະບົບເວັບໄຊທາງການອຂອງພະແນກການຕ່າງປະເທດ (dofa-odx.gov.la) ແລະ ຈັດເກັບເອກະສານ ເອເລັກໂຕຣນິກ ພ້ອມທັງນຳເອົາບົດຮຽນດັ່ງກ່າວໄປຈັດຕັ້ງຜັນຂະຍາຍເຂົ້າໃນປະຕິບັດເຂົ້າໃນວຽກງານຕົວຈີງໃນອົງກອນຂອງຕົນໃຫ້ມີປະສິດທິພາບ ປະສິດທິພົນ ຫຼາຍຂື້ນ.
ການຈັດການຝຶກອົບຮົມການນຳໃຊ້ລະບົບເວັບໄຊ ແລະ ຈັດເກັບເອກະສານ ເອເລັກໂຕຣນິກ ໃຫ້ພະນັກງານ-ລັດຖະກອນ ພະແນກການຕ່າງປະເທດ ຄັ້ງນີ້ ໄດ້ນຳສະເໜີບັນດາຫົວຂໍ້ ດັ່ງນີ້:
- ນຳສະເໜີການຫັນເປັນດິຈິຕອນ;
- ນຳສະເໜີການນຳໃຊ້ລະບົບເວັບໄຊ;
- ນຳສະເໜີການນຳໃຊ້ລະບົບຈັດເກັບເອກະສານ ເອເລັກໂຕຣນິກ;
- ນຳສະເໜີການນຳໃຊ້ລະບົບນຳໃຊ້ຂໍ້ມູນຮ່ວມພາກລັດ (G-Drive).
ນອກຈາກຮຽນພາກທິດສະດີແລ້ວ ຍັງໄດ້ເຂົ້າ ພາກປະຕິບັດຕົວຈິງ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ ພະນັກງານ-ລັດຖະກອນ ພະແນກການຕ່າງປະເທດແຂວງອຸດົມໄຊ ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການຫັນເປັນດິຈິຕອນ, ການນຳໃຊ້ລະບົບເວັບໄຊ, ລະບົບຈັດເກັບເອກະສານ ເອເລັກໂຕຣນິກ ແລະ ນຳສະເໜີການນຳໃຊ້ລະບົບນຳໃຊ້ຂໍ້ມູນຮ່ວມພາກລັດ (G-Drive) ເຂົ້າໃນວຽກງານບໍລິຫານ ແລະ ບໍລິການລັດ ແບບດິຈິຕອນ ພ້ອມທັງເປັນການ ຊຸກຍູ້, ສົງເສີມ ການຫັນເປັນດິຈິຕອນ ພາຍໃນແຂວງເທື່ອລະກ້າວ.
ພາຍຫຼັງສຳເລັດການນຳສະເໜີແລ້ວ ຜູ້ເຂົ້າຮ່ວມໄດ້ມີການສົນທະນາແລກປ່ຽນຄຳຄິດເຫັນໃນທາງວິຊາການ ຢ່າງກົງໄປກົງມາ. ຜ່ານການຝຶກອົບຮົມໃນໄລຍະ 01 ວັນ ເຫັນໄດ້ວ່ານັກສຳມະນາກອນ ໄດ້ມີຄວາມເຂົ້າໃຈ ແລະ ສາມາດນຳໃຊ້ລະບົບເວັບໄຊ, ລະບົບຈັດເກັບເອກະສານ ເອເລັກໂຕຣນິກ ແລະ ລະບົບນຳໃຊ້ຂໍ້ມູນຮ່ວມພາກລັດ (G-Drive) ໄດ້ໃນເບື້ອງຕົ້ນ.