ໃນລະຫວ່າງວັນທີ 16-19 ກັນຍາ 2025 ທີ່ຜ່ານມານີ້, ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ ໄດ້ຈັດຝຶກອົບຮົມສຳມະນາສ້າງຄວາມເຂັ້ມແຂງວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດ ໃຫ້ຄະນະກຳມະການຄຸ້ມຄອງອິນເຕີເນັດ ຂັ້ນເມືອງ ຢູ່ 3 ເມືອງໃຕ້ ຄື: ເມືອງແບງ, ເມືອງຮຸນ ແລະ ເມືອງປາກແບງ ໂດຍການເປັນປະທານຂອງ ທ່ານ ນາງ ປິ່ນຄຳ ອຸ່ນລະຄອນ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ, ຮອງປະທານຄະນະກຳມະການຄຸ້ມຄອງອິນເຕີເນັດ ຂັ້ນແຂວງ (ຜູ້ປະຈຳການ), ມີບັນດາທ່ານຄະນະກຳມະການຄຸ້ມຄອງອິນເຕີເນັດ ຂັ້ນເມືອງ, ບັນດາທ່ານຫົວໜ້າ, ຮອງຫົວໜ້າ ແລະ ວິຊາການຈາກບັນດາຫ້ອງການອ້ອມຂ້າງເມືອງ ເຂົ້າຮ່ວມທັງໝົດ 109 ທ່ານ, ຍິງ 18 ທ່ານ.
ຈຸດປະສົງການຝຶກອົບຮົມໃນຄັ້ງນີ້ ເພື່ອເຜີຍແຜ່ນິຕິກໍາວຽກງານຂອງ ຄະນະຄຸ້ມຄອງອິນເຕີເນັດ ໃຫ້ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນເມືອງ (ຄຄອມ), ພະນັກງານ-ລັດຖະກອນ ຂັ້ນເມືອງ ໄດ້ຮັບຮູ້, ເຂົ້າໃຈ ແລະ ເປັນທິດທາງໃນ ການຈັດຕັ້ງປະຕິບັດ. ພ້ອມນັ້ນ ກໍ່ຝຶກອົບຮົມສ້າງຄວາມເຂົ້າໃຈຕໍ່ກັບວຽກງານຄວາມປອດໄພໄຊເບີທີ່ ຈໍາເປັນຕໍ່ການຫັນເປັນດິຈິຕອນ, ຮັບຮູ້ໄພຄຸກຄາມຈາກອິນເຕີເນັດ ແລະ ວິທີປ້ອງກັນ, ການຄົ້ນຫາຂໍ້ມູນ ຫຼັກຖານທາງອອນລາຍ, ການຕອບໂຕ້ບັນຫາສື່ສັງຄົມອອນລາຍ ເພື່ອເສີມສ້າງທັກສະ ຍົກລະດັບຄວາມ ເຂັ້ມແຂງດ້ານຄວາມປອດໄພທາງໄຊເບີ ເພື່ອນໍາໄປເຜີຍແຜ່ໃຫ້ຄວາມຮູ້ ໃຫ້ແກ່ອົງການຈັດຕັ້ງຕົນ ແລະ ສັງຄົມ ເພື່ອຫຼຸດຄວາມສ່ຽງຕ່າງໆ ທີ່ອາດຈະເກີດຂື້ນຕໍ່ກັບຕົນເອງ, ການຈັດຕັ້ງ ແລະ ສັງຄົມ.
ການຝຶກອົບຮົມຄັ້ງນີ້ຈະຊ່ວຍຍົກລະດັບຄວາມຮູ້ ແລະ ທັກສະຂອງຄະນະກຳມະການຄຸ້ມຄອງອິນເຕີເນັດ ຂັ້ນເມືອງ ແລະ ຂະແໜງການອ້ອມຂ້າງເມືອງ, ເພື່ອໃຫ້ສາມາດປະຕິບັດໜ້າທີ່ດ້ານຄວາມປອດໄພທາງໄຊເບີໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ທັງເປັນການສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນ ເພື່ອຮັບມືກັບສິ່ງທ້າທາຍດ້ານຄວາມປອດໄພທາງໄຊເບີທີ່ມີຄວາມສັບສົນ ແລະ ພັດທະນາຢ່າງຕໍ່ເນື່ອງ.
ໃນລະຫວ່າງການຝຶກອົບຮົມ ຜູ້ເຂົ້າຮ່ວມໄດ້ມີການສົນທະນາແລກປ່ຽນຄຳຄິດເຫັນໃນທາງວິຊາການ ຢ່າງກົງໄປກົງມາ.
ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານກອງປະຊຸມໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ໃຫ້ຮູ້ເຖີງຄວາມໝາຍຄວາມສຳຄັນຂອງວຽກງານຄະນະກຳມະການຄຸ້ມຄອງອິນເີເນັດຂັ້ນເມືອງ, ການຄຸ້ມຄອງ ການນຳໃຊ້ອິນເຕີເນັດ ເວົ້າລວມເວົ້າສະເພາະ ແມ່ນການສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂື້ນຢູ່ໃນສັງຄົມ ຜ່ານທາງອິນເຕີເນັດ ຫຼື ສື່ສັງຄົມອອນລາຍ ເປັນຕົ້ນ ການຕົວະຍົວະຫລອກລວງ, ການໂຄສະນາໃສຮ້າຍປ້າຍສີຕໍ່ການຊີ້ນຳພາຂອງພັກ-ລັດ ແລະ ການກະທຳອື່ນໆທີ່ຜິດຕໍ່ລະບຽບກົດໝາຍບ້ານເມືອງ ພ້ອມທັງຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງປະສານສົມທົບກັບຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນເມືອງ ແລະ ນຳເອົາບົດຮຽນດັ່ງກ່າວ ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈີງໃຫ້ໄດ້ຮັບຜົນດີ.