ໃນວັນທີ 13 ມີນາ ນີ້ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ໄດ້ຈັດພິທີ ສະເຫຼີມສະຫຼອງ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ 61 ປີ (13 ມີນາ 1965-13 ມີນາ 2026) ທີ່ ຫ້ອງປະຊຸມພະແນກດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ນາງ ປິ່ນຄຳ ອຸ່ນລະຄອນ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍພະນັກງານ ແລະ ພາກສ່ວນບໍລິສັດທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຈຸດປະສົງ ເພື່ອລ້ຳລຶກເຖິງ ປະຫວັດການກໍ່ຕັ້ງ ແລະ ການພັດທະນາ ວຽກງານ ໄປສະນີ ແລະ ໂທລະຄົມມະນາຄົມ ຂອງ ສປປ ລາວ ຕະຫຼອດ 61 ປີຜ່ານມາ ເຊິ່ງເປັນຂະແໜງການສຳຄັນ ໃນການພັດທະນາ ດ້ານການສື່ສານ, ການບໍລິການ ແລະ ການເຊື່ອມໂຍງ ຂໍ້ມູນຂ່າວສານ ໃຫ້ປະຊາຊົນ ທົ່ວປະເທດ. ໃນໂອກາດນີ້ ທ່ານ ນາງ ປິ່ນຄຳ ອຸ່ນລະຄອນ ໄດ້ກ່າວເນັ້ນເຖິງ ຜົນສຳເລັດ ແລະ ການພັດທະນາ ຂອງ ຂະແໜງການ ໂທລະຄົມມະນາຄົມ ໃນໄລຍະຜ່ານມາ ພ້ອມທັງ ເນັ້ນໜັກໃຫ້ ພະນັກງານ ສືບຕໍ່ຍົກສູງ ຄວາມຮັບຜິດຊອບ, ພັດທະນາ ການບໍລິການ ແລະ ນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເພື່ອຕອບສະໜອງ ຄວາມຕ້ອງການຂອງສັງຄົມ ໃຫ້ດີຂຶ້ນ. ພ້ອມທັງຮັບຊົມ ແລະ ຮັບຟັງ ບົດຖະແຫຼງການ ຂອງ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເນື່ອງໃນ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ຄົບຮອບ 61 ປີ.
ຈາກນັ້ນ ໄດ້ຍົກໃຫ້ເຫັນ ຜົນສຳເລັດ ການດຳເນີນວຽກງານ ດ້ານເຕັກໂນໂລຊີ ແລະ ການສື່ສານ ຂອງ ແຂວງອຸດົມໄຊ ໃນປີ 2025 ຜ່ານມາ ແລະ ແຜນວຽກ ຈຸດສຸມ ປີ 2026 ໂດຍຫຍໍ້ ພ້ອມທັງ ເຜີຍແຜ່ ດຳລັດ ຂອງ ນາຍົກລັດຖະມົນຕີ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ ຍຸດທະສາດ ການພັດທະນາ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ແຫ່ງຊາດ ປີ 2026-2040. ຜ່ານ ຂໍ້ຕົກລົງ ຂອງ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ວ່າດ້ວຍມາດຕະຖານ ຄວາມປອດໄພຂອງເຄື່ອງຝາກ ແລະ ຄວາມໄວຂອງການບໍລິການໄປສະນີ.
ການສະເຫຼີມສະຫຼອງ ເປັນການ ລ້ຳລຶກເຖິງຄຸນຄ່າ ແລະ ບົດບາດ ຂອງ ຂະແໜງການ ໄປສະນີ ແລະ ໂທລະຄົມມະນາຄົມ ແລະ ເປັນການປຸກລະດົມ ພະນັກງານ ສືບຕໍ່ ພັດທະນາ ວຽກງານໃຫ້ກ້າວໜ້າ ແລະ ມີປະສິດທິຜົນ ຫຼາຍຂຶ້ນ ເພື່ອຮັບໃຊ້ການພັດທະນາ ເສດຖະກິດ-ສັງຄົມ ຂອງ ແຂວງອຸດົມໄຊ ແລະ ຂອງປະເທດ ໃນຕໍ່ໜ້າ.