ໃນລະຫວ່າງວັນທີ 17-18 ກັນຍາ 2026 ທີ່ຜ່ານມາ, ພະແນກເຕັກໂນໂລຊີ ແລະ ການສື່ສານ (ຕສ) ແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວພົບປະເຮັດວຽກຮ່ວມກັບຄະນະກຳມະການປົກຄອງເມືອງນາໝໍ້ ເພື່ອຊຸກຍູ້ວຽກງານເຕັກໂນໂລຊີ ແລະ ການສື່ສານຂັ້ນເມືອງ, ພ້ອມທັງຕິດຕາມ, ກວດກາການແກ້ໄຂຜົນກະທົບຈາກໄພພິບັດນ້ຳຖ້ວມ ຕໍ່ກັບພື້ນຖານໂຄງລ່າງໂທລະຄົມມະນາຄົມ ຢູ່ພາຍໃນເມືອງນາໝໍ້. ກອງປະຊຸມພົບປະດັ່ງກ່າວ ໄດ້ຮັບກຽດເປັນປະທານຮ່ວມໂດຍ ທ່ານ ຄຳຈັນ ລາວຈື່ເບັ້ງ ປະທານຄະນະກຳມະການປົກຄອງເມືອງນາໝໍ້ ແລະ ທ່ານ ນາງ ປິ່ນຄຳ ອຸ່ນລະຄອນ ຫົວໜ້າພະແນກ ຕສ ແຂວງອຸດົມໄຊ.
ໃນຕອນບ່າຍຂອງວັນທີ 17 ກັນຍາ ໄດ້ມີການຈັດກອງປະຊຸມພົບປະຂຶ້ນຢ່າງເປັນທາງການ, ໂດຍຕາງໜ້າພະແນກ ຕສ ແຂວງ ໄດ້ຂຶ້ນນຳສະເໜີແຜນພັດທະນາວຽກງານ ຕສ ແຂວງອຸດົມໄຊ 05 ປີ ແລະ ແຜນປະຈຳປີ 2026. ພ້ອມດຽວກັນນັ້ນ, ບັນດາຂະແໜງການຕ່າງໆຂອງພະແນກ ກໍໄດ້ແນະນຳວຽກງານສະເພາະຂອງຕົນໂດຍຫຍໍ້. ຫຼັງຈາກນັ້ນ, ໜ່ວຍງານ ຕສ ປະຈຳເມືອງນາໝໍ້ ໄດ້ລາຍງານຫຍໍ້ກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະ 09 ເດືອນຜ່ານມາ ແລະ ວາງທິດທາງແຜນການ 03 ເດືອນທ້າຍປີ 2026. ໃນວາລະດັ່ງກ່າວ, ຜູ້ເຂົ້າຮ່ວມຍັງໄດ້ສົນທະນາແລກປ່ຽນຄຳຄິດເຫັນ ແລະ ຄົ້ນຄວ້າຢ່າງເລິກເຊິ່ງກ່ຽວກັບການວາງແຜນວຽກງານ ຕສ ຂັ້ນເມືອງ ໃຫ້ມີຄວາມສອດຄ່ອງກັບແຜນພັດທະນາຂອງແຂວງ ເພື່ອຮັບປະກັນໃຫ້ການຫັນເປັນດິຈິຕອນຢູ່ທ້ອງຖິ່ນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ມີປະສິດທິຜົນ.
ໃນຕອນເຊົ້າຂອງວັນທີ 18 ກັນຍາ 2026, ທ່ານ ນາງ ປິ່ນຄຳ ອຸ່ນລະຄອນ ຫົວໜ້າພະແນກ ຕສ ແຂວງ ພ້ອມດ້ວຍຄະນະທີມງານວິຊາການພະແນກ ຕສ, ຄະນະຫ້ອງວ່າການເມືອງ ແລະ ພະນັກງານບໍລິສັດໂທລະຄົມ ປະຈຳເມືອງນາໝໍ້ ໄດ້ຮ່ວມກັນລົງພື້ນທີ່ຕົວຈິງ ເພື່ອຕິດຕາມ ແລະ ກວດກາຄວາມຄືບໜ້າໃນການແກ້ໄຂຜົນກະທົບຈາກໄພພິບັດນ້ຳຖ້ວມ (ທີ່ເກີດຂຶ້ນໃນວັນທີ 30 ສິງຫາ 2026) ຕໍ່ກັບພື້ນຖານໂຄງລ່າງໂທລະຄົມມະນາຄົມ. ນອກຈາກການເລັ່ງແກ້ໄຂບັນຫາສະເພາະໜ້າແລ້ວ, ຄະນະທີມງານຍັງໄດ້ປຶກສາຫາລືມາດຕະການປ້ອງກັນ ແລະ ການວາງແຜນໄລຍະຍາວຮ່ວມກັບພາກສ່ວນທີ່ກ່ຽວຂ້ອງ. ຈຸດສຸມສຳຄັນແມ່ນການເຊື່ອມໂຍງວຽກງານໂທລະຄົມເຂົ້າໃນການຈັດສັນຕົວເມືອງ ແລະ ການຍົກລະດັບມາດຕະຖານການປະເມີນຄວາມສ່ຽງໄພພິບັດຢ່າງຮອບດ້ານ ກ່ອນການຕິດຕັ້ງພື້ນຖານໂຄງລ່າງ. ການຄົ້ນຄວ້າວາງແຜນດັ່ງກ່າວ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບໂທລະຄົມມະນາຄົມ ແລະ ຮັບປະກັນບໍ່ໃຫ້ໄພພິບັດທາງທຳມະຊາດ ສົ່ງຜົນກະທົບອັນໜັກໜ່ວງຕໍ່ລະບົບການຕິດຕໍ່ສື່ສານຂອງມວນຊົນ ແລະ ການບໍລິຫານວຽກງານຂອງລັດໃນອະນາຄົດ.